ດ່ວນ! ຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ ເພີ່ມຂຶ້ນເປັນ 6 ຄົນ ແລ້ວ
ມາຮອດມື້ວັນທີ 26/03/2020 ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ຫຼື ພະຍາດອັກແສບປອດຊະນິດໃໝ່ ຈຳນວນ 6 ຄົນແລ້ວ. ຜູ້ຕິດເຊື້ອທຳອິດແມ່ນໄດ້ກວດພົບໃນມື້ວັນທີ 23/03/2020 ເຊິ່ງມີທັງໝົດ 2 ຄົນ ເປັນ ຍິງ 1 ຄົນ. ຕໍ່ມາມື້ວັນທີ 25/03/2020 ກະຊວງສາທາລະນະສຸກ ໄດ້ປະກາດຜູ້ຕິດເຊື້ອຄົນທີ 3 ເປັນເພດຊາຍ. ມື້ວັນທີ 26/03/2020 ທາງການລາວໄດ້ປະກາດພົບຜູ້ຕິດເຊື້ອເພີ່ມອີກ 3 ຄົນ ເປັນເພດຊາຍທັງໝົດ ເຮັດໃຫ້ມາຮອດມື້ວັນທີ 26/03/2020 ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 6 ຄົນແລ້ວ. ມາຮອດຕອນນີ້ມີ 2 ແຂວງທີ່ຕິດເຊື້ອພະຍາດ COVID-19 ຄື ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ. ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເປັນເມືອງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ (3 ຄົນ), ຮອງລົງມາແມ່ນເມືອງ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ມີຜູ້ຕິດເຊື້ອ 2 ຄົນ ແລະ ສຸດທ້າຍແມ່ນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 1 ຄົນ. ນະຄອນຫຼວງວຽງຈັນກາຍເປັນແຂວງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ໃນຕອນນີ້.