ພໍ່ຄ້າຢາເສບຕິດ ໄຊຊະນະ ກັບການເມືອງລາວ
ຍຸດທະການຂຸດຮາກຖອນໂຄນ "ເຈົ້າພໍ່ຢາເສບຕິດລາວ" ໄຊຊະນະ ແກ້ວພີມພາ ເຣົ້າໃຈເໝືອນກັບໜັງບູ້ແບບໂປລີສ໌ປາບມາມາເຟຍ
ແຫຼ່ງຂ່າວ: http://www.komchadluek.net/
ຍິ່ງຟັງຄຳຖະແຫຼງຂອງ ພລ.ຕ.ທ.ສົມໝາຍ ກອງວິໃສສຸກ ຜູ້ບັນຊາການປາບປາມຢາເສບຕິດ (ຜບ.ປສ) ກໍ່ຍິ່ງເຮັດໃຫ້ຢາກຕິດຕາມ ເພາະທາງການໄທຈະກວດລ້າງປກ້ງຢາເສບຕິດໃຫ້ໝົດສິ້ນໄປເລີຍ.
ກົງກັນຂ້າມ ທາງການລາວກັບນັ່ງຫງຽບ ມີແຕ່ສື່ສັງຄົມອອນລາຍນ໌ທີ່ເຟົ້າເກາະຕິດເຄືອຄ່າຍໄຊຊະນະຈາກຝັ່ງໄທດ້ວຍຄວາມກະຕືລືລົ້ນ.
ກົງກັນຂ້າມ ທາງການລາວກັບນັ່ງຫງຽບ ມີແຕ່ສື່ສັງຄົມອອນລາຍນ໌ທີ່ເຟົ້າເກາະຕິດເຄືອຄ່າຍໄຊຊະນະຈາກຝັ່ງໄທດ້ວຍຄວາມກະຕືລືລົ້ນ.
ເນື່ອງຈາກໄຊຊະນະ ຫຼື ເຮຍລົບ ເປັນບຸກຄົນທີ່ມີຊື່ສຽງໃນສັງຄົມຊັ້ນສຸງ ເປັນນັກທຸລະກິດລຸ່ນໃໝ່ ມີກິດຈະການໂຮງເລື່ອຍ ແລະການຄ້າຊາຍແດນ.
![]() |
ພາບຈາກ ຄົມຊັດລຶກ, ຄົນຂວາມືຄື ທ້າວ ໄຊຊະນະ ຫຼື ເຮຍລົບ |
ເຮຍລົບ ແມ່ນໃຜ? ຄຳຕອບຄື ເຊເລບລົດຫຼູ, ນັກເລັງໄກ່ຕີ ແລະນັກພະນັນກິລາບານແຕະ. ໃນສື່ສັງຄົມອອນລາຍນ໌ ຈະມີພາບ ກວ໊ນເຮຍລົບ ໃນສັງຄົມເງົາແສງເພັດ. ກວ໊ນກິນດື່ມທ່ຽວຂອງເຮຍລົບທີ່ຄຸ້ນໜ້າຄຸ້ນຕາຄົນລາວມີຢູ່ 2 ຄົນ:
ຄົນທຳອິດຊື່ ເຮຍເຕື້ອງ ເປັນເຈົ້າຂອງຟາມມ້າ ທີ່ລ້ຽງມ້າໂຕລະ 3-4 ລ້ານບາດ ເປັນເຈົ້າຂອງສຳປະທານຫວຍລັດ ແລະມີຮຸ້ນສ່ວນໃນທຸລະກິດຊູບເປີຄາ ທີ່ນະຄອນຫຼວງວຽງຈັນ ແລະໜອງຄາຍ.
ຄົນທີສອງຊື່ ເຮຍກູ້ ເປັນນ້ອວຊາຍຂອງປະທານສະຖານີໂທລະພາບລາວສະຕາ ໂດຍເຮຍກູ້ ຈະເຮັດໜ້າທີ່ດ້ານການຕະຫຼາດ ແລະມີທຸລະກິດສ່ວນຕົວກ່ຽວກັບສື່ອອນລາຍນ໌
ເຮຍກູ້ ຈະເດີນທາງມາໄທເລື້ອຍໆເພື່ອຕິດຕໍ່ກັບຄົນບັນເທິງໄທ ແລະທຸກຄັ້ງທີ່ມີດາລາ ນັກຮ້ອງຈາກໄທໄປວຽງຈັນ ເຮຍກູ້ຈະເປັນຄົນດູແລເທັກແຄຕະຫຼອດ.
ດາລານັກຮ້ອງໄທກວ່າເຄິ່ງວົງການຕ່າງຮູ້ຈັກເຮຍກູ້ ລວມເຖິງເຈົ້າຂອງທຸລະກິດນໍ້າເມົາລາຍໃຫຍ່ຂອງໄທກໍ່ໄດ້ອາໃສປາລາມີເຮຍກູ້ນຳເບຍໄປຂາຍທີ່ລາວ.
ໃນວຽງຈັນລາຕີຫາກມີຄົນພົບເຫັນ ເຮຍລົບ ຢູ່ບ່ອນໃດ ກໍ່ຕ້ອງມີ ເຮຍກູ້ ກັບ ເຮຍ ເຕື້ອງ ຢືນລຽງຄຽງຂ້າງສະເໝີໃນຄັບຫຼູໂຮງແຮມຫ້າດາວ.
ຫຼັງຈາກມີຂ່າວການຈັບກຸມເຮຍລົບທີ່ປະເທດໄທ ແລະໃນສື່ອອນລາຍນ໌ລາວໄດ້ຂຸດພາບເກົ່າໆຂອງເຮຍລົບ ເຮຍກູ້ ແລະເຮຍເຕື້ອງ ມາເຜີຍແຜ່ສະນັ່ນ, ອ້າຍຂອງເຮຍກູ້ເຖິງຂັ້ນອອກຖະແຫຼງການວ່ານັບຈາກນີ້ໄປເຮຍກູ້ບໍ່ມີສ່ວນກ່ຽວຂ້ອງໃດໆກັບຊ່ອງລາວສະຕາ.
ເຮຍກູ້ໄດ້ອອກມາຊີ້ແຈງຜ່ານສື່ລາວວ່າບໍ່ໄດ້ມີສ່ວນກ່ຽວຂ້ອງກັບທຸລະກິດມືດເຮຍລົບ ແຕ່ຍອມຮັບວ່າຮູ້ຈັກກັນ ແລະເຄີຍໄປທ່ຽວດ້ວຍກັນ. ສ່ວນເຮຍເຕື້ອງກໍ່ຫງຽບຫາຍບໍ່ອອກມາຊີ້ແຈງກໍລະນີສື່ສັງຄົມອອນລາຍນ໌ໄດ້ພາດພິງເຖິງຄວາມສຳພັນອັນເລິກເຊິ່ງລະຫວ່າງເຂົາກັບເຮຍລົບ.
ແຫຼ່ງຂ່າວຝ່າຍຊ້າຍເປີດເຜີຍວ່າຂະບວນການຄ້າຢາເສບຕິດຂອງເຮຍລົບນັ້ນເປັນໄປບໍ່ໄດ້ທີ່ຈະຫຼອດພົ້ນສາຍຕາຂອງເຈົ້າໜ້າທີ່ຕຳຫຼວດລາວ ພຽງແຕ່ເຂົາມີເພາະປ້ອງກັນດປັນ ຜູ້ມີອຳນາດ ໃນການເມືອງລາວ ຈຶ່ງຍືນຍົງຢູ່ໄດ້ຫຼາຍປີ ບໍ່ມີຕຳຫຼວດລາວຄົນໃດເຂົ້າໄປຈັບກຸມ.
ຂະນະທີ່ຂ່າວສານການຈັບກຸມເຮຍລົບເຈົ້າພໍ່ຢາເສບຕິດໂດ່ງດັງ ແຕ່ກະຊວງປ້ອງກັນຄວາມສະຫງົບລາວ ກັບຫງຽບເໝືອນບໍ່ມີຫຍັງເກີດຂຶ້ນເລີຍ, ແມ່ນແຕ່ສຳນັກຂ່າວສານປະເທດລາວໄດ້ພະຍາຍາມສອບຖາມໄປຍັງກະຊວງປ້ອງກັນຄວາມສະຫງົບວ່າຈະມີການຖະແຫຼງຂ່າວເລື່ອງນີ້ຫຼືບໍ ແຕ່ກໍ່ບໍ່ໄດ້ຮັບຄຳຕອບໃດໆ ລວມເຖິງສະຖານີໂທລະພາບປ້ອງກັນຄວາມສະຫງົບ ແລະໜັງສືພີມປ້ອງກັນຄວາມສະຫງົບກໍ່ບໍ່ໄດ້ນຳສະເໜີລາຍງານຂ່າວການຈັບກຸມພໍ່ຄ້າຢາບ້າຊາວລາວ.
ທີ່ເປັນທີ່ໂດ່ງດັງໃນສອງວັນນີ້ ເມື່ອມີຜູ້ນຳຮູບ ລູກຊາຍ ອະດິດນາຍົກລັດຖະມົນຕີ ສປປ ລາວ ຖ່າຍຮູບຮ່ວມກັບໄຊຊະນະໃນຫຼາຍສະຖານທີ່ຕ່າງກັນມາລົງໃນ Facebook. ພາບດັ່ງກ່າວຖືກຄົນລາວວິພາກວິຈານຕ່າງໆນາໆ ແລະເບິ່ງເໝືອນທາຍາດອະດິດນາຍົກລາວຈະບໍ່ໄດ້ອອກມາຊີ້ແຈງຕໍ່ສັງຄົມດ້ວຍ.
ເຖິງແມນວ່າອະດິດນາຍົກລາວຈະລົງຈາກຕຳແໜ່ງໄປແລ້ວ ແຕ່ລັກສະນະການນຳແບບພັກດຽວຂອງລາວກໍ່ມັກຈະບໍ່ຫັກໂຄ່ນກັນຊະນິດເອົາເປັນເອົາຕາຍ. ມີຂໍ້ສັງເກດວ່າຄວາມຮູ່ງເຮືອງຂອງເຄືອຄ່າຍ ໄຊຊະນະ ໃນລາວນັ້ນກໍ່ຢູ່ໃນຫ້ວງເວລາການດຳລົງຕຳແໜ່ງຜູ້ນຳລັດຖະບານຂອງອະດິດນາຍົກເທົ່ານັ້ນ.
ຈຶ່ງບໍ່ໜ້າແປກໃຈວ່າເຫດໃດຂ່າວສານຈາກຝັ່ງຊ້າຍເຖິງໄດ້ຫງຽບຜິດປົກກະຕິ ປ່ອຍໃຫ້ທາງຝັ່ງຂວາໄລ່ລາເຄືອຄ່າຍໄຊຊະນະກັນອຶກກະທຶກຄຶກຄົມ.
Comments
Post a Comment