ສປປ ລາວ ພົບຜູ້ຕິດພະຍາດ COVID-19 ຈຳນວນ 2 ຄົນ ໃນມື້ວັນທີ 23/03/2020 ເວລາ 23 ໂມງ

ຄົນຕິດ COVID-19 ຄົນທຳອິດຂອງລາວ

ມື້ວັນທີ 24/03/2020 ເວລາ 14:30 ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບການພົບຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ 2 ລາຍທຳອິດ. ລາຍລະອຽດມີດັ່ງນີ້:

  1. ເພດຊາຍ ອາຍຸ 28 ປີ, ສັນຊາດລາວ, ອາຊີບ ພະນັກງານໂຮງແຮມຄຼາວພຣາຊາ, ປັດຈຸບັນຢູ່ບ້ານ ຈັນສະຫວ່າງ, ເມືອງສີໂຄດຕະບອງ, ຄອນຫຼວງວຽງຈັນ. ວັນທີ 04/03/2020 ເດີນທາງໄປສຳມະນາຢູ່ປະເທດໄທ, ວັນທີ 05-08/03/2020 ໄດ້ເຂົ້າຮ່ວມສຳມະນາຢູ່ ໃບເທັກ, ບາງກອກ, ປະເທດໄທ, ວັນທີ 09/03/2020 ເດີນທາງກັບມາປະເທດລາວ ແລ້ວກັບໄປຕິດຕາມອາການຢູ່ບ້ານ ບໍ່ໄດ້ອອກໄປໃສ. ຜ່ານມາຜູ້ກ່ຽວບໍໄດ້ສຳພັດກັບໃຜ. ສະມາຊິກໃນຄອບຄົວມີ 04 ຄົນ ແຕ່ຍັງບໍ່ທັນມີໃຜສະແດງອາການອອກເທື່ອ. ວັນທີ ເລີ່ມເຈັບແມ່ນວັນທີ 23/03/2020 ເລີ່ມມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ. ເວລາ 9:00 ຂອງວັນທີ 23/03/2020 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ນອກຢູ່ຫ້ອງແຍກປ່ຽວ.
  2. ເພດຍິງ ອາຍຸ 36 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ອາຊີບ ພະນັກງານນຳທ່ຽວ. ວັນທີເລີ່ມເຈັບ ແມ່ນວັນທີ 10/03/2020 ມີອາການ ໄຂ້, ໄອແຫ້ງ ແລະ ເມື່ອ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22/03/2020 ເວລາ 14:00 ລາວໄດ້ໄປກວດຢູ່ພະແນກສຸກເສີນ ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືຶອດລວມ, ຊ່ອງໄຟຟ້າ ແຕ່ບໍ່ພົບອາການຜິດປົກກະຕິ. ທ່ານໝໍໄດ້ແນະນຳໃຫເຕິດຕາມອາການຢູ່ບ້ານ. ລາວໄດ້ໄປພັກຮັກສາຕົວຢູ່ໂຮງແຮມແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ບໍ່ໄດ້ກັບບ້ານ. ສະມາຊິກໃນຄອບຄົວມີ 2 ຄົນ. ໃນຊ່ວງກັກຕົວຢູ່ໂຮງແຮມ ມີແມ່ ແລະ ນ້ອງສາວມາສົ່ງໃຫ້ອາຫານໃຫ້. ວັນທີ 23/03/2020 ເວລາ 13:50 ອາການບໍ່ດ້ຂຶ້ນ ຈຶ່ງໄດ້ເຂົ້າມາປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.
ຜ່ານການຖະແຫຼງຂ່າວ ຢືນຢັນວ່າ ທັງ 2 ຄົນທີ່ໄດ້ກ່າວມາຂ້າງເທິງນັ້ນຕິດເຊື້ອພະຍາດ COVID-19 ແທ້ ເຊິ່ງທາງຄະນະແພດສະເພາະກິດຈະໄດ້ດຳເນີນການປິ່ນປົວຕາມຫຼັກການສາກົນ ໂດຍສົມທົບກັບຊ່ຽວຊານຂອງອົງການອະນາໄມໂລກ ແລະ ຊ່ຽວຊານຂອງປະເທດຈີນ.


ສຳລັບການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດເຮົາແມ່ນໃຫ້ຮັກສາໄລຍະຫ່າງ, ບໍ່ໃຫ້ຢູ່ຊຸມແຊວກັນ, ໃຫ້ລ້າງມືດ້ວຍເຈວລ້າງມືທີ່ມີເຫຼົ້າປະສົມແຕ່ 70% ຂຶ້ນໄປ. ຖ້າຮູ້ສຶກມາອາການໄອແຫ້ງ, ໄຂ້ຂຶ້ນສູງ ແລະ ຫາຍໃຈຍາກແມ່ນໃຫ້ຮີບຮ້ອນໄປຫາໝໍ ເພື່ອກວດໃຫ້ທັນ.

ບັນດາໂຮງໝໍທີ່ຮັບຮອງການປິ່ນປົວແມ່ນ ໂຮງໝໍມິດຕະພາບ (150 ຕຽງ), ໂຮງໝໍ 103 (ໂຮງໝໍທະຫານ).

ຮູ້ມືກວ່າເປັນຫລືສົງໄສໃຫ້ໂທໄປ 166, ຖ້າເປັນກໍລະນີສ່ຽງແທ້ບໍ່ຕ້ອງໄປໂຮງຫມໍເອງ ເພີ່ນຈະສົ່ງລົດມາຮັບຮອດບ້ານ.

Comments

Popular posts from this blog

Xyooj Diav Nqeeb Tsev Neeg

Paj Ntaub Mos, Paj Ntaub Xaws, Paj Ntaub Hmoob