Kev Xaiv Tsa Nom Tswv Nyob Nplog Teb Phaum Tshiab 2016

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ທີ່ໄຂຂຶ້ນໃນຕອນເຊົ້າມື້ນີ້(20 ເມສາ 2016) ໄດ້ລົງຄະແນນສຽງເລືອກເອົາທ່ານ ບຸນຍັງ ວໍລະຈິດ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຄະແນນສຽງເຫັນດີ 141ສຽງ ກວມເອົາ95%ຂອງຈຳນວນສຽງທັງຫມົດແລະ ເລືອກ ທ່ານ ພັນຄຳ ວິພາວັນ ເປັນຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຄະແນນສຽງເຫັນດີ 139 ສຽງເທົ່າກັບ 95%ຂອງຈຳນວນສຽງທັງຫມົດ.

ທ່ານ ບູນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ, 2016
ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ, 2016

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ທີ່ໄຂຂຶ້ນໃນຕອນເຊົ້າມື້ນີ້ (20 ເມສາ 2016) ໄດ້ລົງຄະແນນສຽງເລືອກເອົາທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍຄະແນນສຽງເຫັນດີ 147 ສຽງ ກວມເອົາ 99% ຂອງຈຳນວນສຽງສະມາຊິກສະພາແຫ່ງຊາດທັງຫມົດ.
ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, 2016
 ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ທີ່ໄຂຂຶ້ນໃນຕອນເຊົ້າມື້ນີ້(20 ເມສາ 2016) ໄດ້ລົງຄະແນນສຽງເປັນເອກພາບເລືອກເອົາ ທ່ານ ບຸນທອງ ຈິດມະນີ, ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ສົມດີ ດວງດີ ເປັນຮອງນາຍົກລັດຖະມົນຕີ.

ທ່ານ ບູນທອງ ຈິດມະນີ
ທ່ານ ສອນໄຊ ສີພັນດອນ
ທ່ານ ສົມດີ ດວງດີ

Comments

Popular posts from this blog

Xyooj Diav Nqeeb Tsev Neeg

Paj Ntaub Mos, Paj Ntaub Xaws, Paj Ntaub Hmoob