Posts

Showing posts from March, 2020

ດ່ວນ! ຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ ເພີ່ມຂຶ້ນເປັນ 6 ຄົນ ແລ້ວ

ມາຮອດມື້ວັນທີ 26/03/2020 ສປປ ລາວ ມີຜູ້ຕິດເຊື້ອພະຍາດ COVID-19 ຫຼື ພະຍາດອັກແສບປອດຊະນິດໃໝ່ ຈຳນວນ 6 ຄົນແລ້ວ. ຜູ້ຕິດເຊື້ອທຳອິດແມ່ນໄດ້ກວດພົບໃນມື້ວັນທີ 23/03/2020 ເຊິ່ງມີທັງໝົດ 2 ຄົນ ເປັນ ຍິງ 1 ຄົນ. ຕໍ່ມາມື້ວັນທີ 25/03/2020 ກະຊວງສາທາລະນະສຸກ ໄດ້ປະກາດຜູ້ຕິດເຊື້ອຄົນທີ 3 ເປັນເພດຊາຍ. ມື້ວັນທີ 26/03/2020 ທາງການລາວໄດ້ປະກາດພົບຜູ້ຕິດເຊື້ອເພີ່ມອີກ 3 ຄົນ ເປັນເພດຊາຍທັງໝົດ ເຮັດໃຫ້ມາຮອດມື້ວັນທີ 26/03/2020 ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 6 ຄົນແລ້ວ. ມາຮອດຕອນນີ້ມີ 2 ແຂວງທີ່ຕິດເຊື້ອພະຍາດ COVID-19 ຄື ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ. ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ເປັນເມືອງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ (3 ຄົນ), ຮອງລົງມາແມ່ນເມືອງ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ມີຜູ້ຕິດເຊື້ອ 2 ຄົນ ແລະ ສຸດທ້າຍແມ່ນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອ 1 ຄົນ. ນະຄອນຫຼວງວຽງຈັນກາຍເປັນແຂວງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ໃນຕອນນີ້.

ອັດຕາການຕາຍ ແລະ ອັດຕາການປິ່ນປົວດີ ຈາກພະຍາດ COVID-19 ທົ່ວໂລກ

Image
ອັດຕາການປິ່ນປົວດີ (ຮູບກຣາຟສີຂຽວ) ຈາກພະຍາດ COVID-19 ທົ່ວໂລກ. ປະເທດທີ່ປິ່ນປົວດີຫຼາຍກວ່າໝູ່ແມ່ນປະເທດຈີນ (89%), Nepal (50%), Bahrain (43%), Macao S.A.R (40%), Maldives (38%), Iran (36%), South Korea (35%), Gibraltar (33%) ນອກນີ້ແມ່ນຕໍ່າກວ່າ 30%. ອັດຕາການປົວດີຂອງອາເມລິກາແມ່ນ 0.67%, ສ່ວນອີຕາລີ ແມ່ນ 11%. ອັດຕາການຕາຍ (ຮູບກຣາຟສີແດງ) ຈາກພະຍາດ COVID-19 ທົ່ວໂລກ. ປະເທດ Gambia ແລະ Sudan ອັດຕາການຕາຍແມ່ນ 50% ແຕ່ເນື່ອງຈາກປະເທດ Gambia ແລະ Sudan ມີຜູ້ຕິດເຊື້ອປະເທດລະ 2 ຄົນ ແລະ ຕາຍປະເທດລະ 1 ຄົນ, ສະນັ້ນ ອັດຕາການຕາຍຂອງສອງປະເທດນີ້ຈຶ່ງສູງຫຼາຍ. Zimbabwe ມີຄົນຕິດເຊື້ອ 3 ຄົນ ແລະ ຕາຍ 1 ຄົນ, ອັດຕາການຕາຍແມ່ນ 33%, Curaçao ຕິດເຊື້ອ 4 ຄົນ ແລະ ຕາຍ 1 ຄົນ, ອັດຕາການຕາຍແມ່ນ 25%. ອັດຕາການຕາຍຂອງປະເທດຈີນແມ່ນ 4%, ປະເທດອາເມລິກາແມ່ນ 1%, ປະເທດອີຕາລີແມ່ນ 9%, ປະເທດອີຣານແມ່ນ 7%. ແຫຼ່ງຂໍ້ມູນ: https://www.worldometers.info/coronavirus/ ຕິດຕາມຂໍ້ມູນຂ່າວສານຂອງການແຜ່ລະບາດພະຍາດ COVID-19 ໄດ້ຈາກ: https://www.facebook.com/HianKupKhoi/

ສປປ ລາວ ພົບຜູ້ຕິດພະຍາດ COVID-19 ຈຳນວນ 2 ຄົນ ໃນມື້ວັນທີ 23/03/2020 ເວລາ 23 ໂມງ

ຄົນຕິດ COVID-19 ຄົນທຳອິດຂອງລາວ ມື້ວັນທີ 24/03/2020 ເວລາ 14:30 ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບການພົບຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ 2 ລາຍທຳອິດ. ລາຍລະອຽດມີດັ່ງນີ້: ເພດຊາຍ ອາຍຸ 28 ປີ, ສັນຊາດລາວ, ອາຊີບ ພະນັກງານໂຮງແຮມຄຼາວພຣາຊາ, ປັດຈຸບັນຢູ່ບ້ານ ຈັນສະຫວ່າງ, ເມືອງສີໂຄດຕະບອງ, ຄອນຫຼວງວຽງຈັນ. ວັນທີ 04/03/2020 ເດີນທາງໄປສຳມະນາຢູ່ປະເທດໄທ, ວັນທີ 05-08/03/2020 ໄດ້ເຂົ້າຮ່ວມສຳມະນາຢູ່ ໃບເທັກ, ບາງກອກ, ປະເທດໄທ, ວັນທີ 09/03/2020 ເດີນທາງກັບມາປະເທດລາວ ແລ້ວກັບໄປຕິດຕາມອາການຢູ່ບ້ານ ບໍ່ໄດ້ອອກໄປໃສ. ຜ່ານມາຜູ້ກ່ຽວບໍໄດ້ສຳພັດກັບໃຜ. ສະມາຊິກໃນຄອບຄົວມີ 04 ຄົນ ແຕ່ຍັງບໍ່ທັນມີໃຜສະແດງອາການອອກເທື່ອ. ວັນທີ ເລີ່ມເຈັບແມ່ນວັນທີ 23/03/2020 ເລີ່ມມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ. ເວລາ 9:00 ຂອງວັນທີ 23/03/2020 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ນອກຢູ່ຫ້ອງແຍກປ່ຽວ. ເພດຍິງ ອາຍຸ 36 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ອາຊີບ ພະນັກງານນຳທ່ຽວ. ວັນທີເລີ່ມເຈັບ ແມ່ນວັນທີ 10/03/2020 ມີອາການ ໄຂ້, ໄອແຫ້ງ ແລະ ເມື່ອ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22/03/20...