ຄົນຕິດ COVID-19 ຄົນທຳອິດຂອງລາວ ມື້ວັນທີ 24/03/2020 ເວລາ 14:30 ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບການພົບຜູ້ຕິດເຊື້ອພະຍາດ COVID-19 ຢູ່ ສປປ ລາວ 2 ລາຍທຳອິດ. ລາຍລະອຽດມີດັ່ງນີ້: ເພດຊາຍ ອາຍຸ 28 ປີ, ສັນຊາດລາວ, ອາຊີບ ພະນັກງານໂຮງແຮມຄຼາວພຣາຊາ, ປັດຈຸບັນຢູ່ບ້ານ ຈັນສະຫວ່າງ, ເມືອງສີໂຄດຕະບອງ, ຄອນຫຼວງວຽງຈັນ. ວັນທີ 04/03/2020 ເດີນທາງໄປສຳມະນາຢູ່ປະເທດໄທ, ວັນທີ 05-08/03/2020 ໄດ້ເຂົ້າຮ່ວມສຳມະນາຢູ່ ໃບເທັກ, ບາງກອກ, ປະເທດໄທ, ວັນທີ 09/03/2020 ເດີນທາງກັບມາປະເທດລາວ ແລ້ວກັບໄປຕິດຕາມອາການຢູ່ບ້ານ ບໍ່ໄດ້ອອກໄປໃສ. ຜ່ານມາຜູ້ກ່ຽວບໍໄດ້ສຳພັດກັບໃຜ. ສະມາຊິກໃນຄອບຄົວມີ 04 ຄົນ ແຕ່ຍັງບໍ່ທັນມີໃຜສະແດງອາການອອກເທື່ອ. ວັນທີ ເລີ່ມເຈັບແມ່ນວັນທີ 23/03/2020 ເລີ່ມມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ. ເວລາ 9:00 ຂອງວັນທີ 23/03/2020 ໄດ້ໄປກວດຢູ່ໂຮງໝໍມິດຕະພາບ ນອກຢູ່ຫ້ອງແຍກປ່ຽວ. ເພດຍິງ ອາຍຸ 36 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ອາຊີບ ພະນັກງານນຳທ່ຽວ. ວັນທີເລີ່ມເຈັບ ແມ່ນວັນທີ 10/03/2020 ມີອາການ ໄຂ້, ໄອແຫ້ງ ແລະ ເມື່ອ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22/03/20...