ພໍ່ຄ້າຢາເສບຕິດ ໄຊຊະນະ ກັບການເມືອງລາວ

ຍຸດທະການຂຸດຮາກຖອນໂຄນ "ເຈົ້າພໍ່ຢາເສບຕິດລາວ" ໄຊຊະນະ ແກ້ວພີມພາ ເຣົ້າໃຈເໝືອນກັບໜັງບູ້ແບບໂປລີສ໌ປາບມາມາເຟຍ ແຫຼ່ງຂ່າວ: http://www.komchadluek.net/ ຍິ່ງຟັງຄຳຖະແຫຼງຂອງ ພລ.ຕ.ທ.ສົມໝາຍ ກອງວິໃສສຸກ ຜູ້ບັນຊາການປາບປາມຢາເສບຕິດ (ຜບ.ປສ) ກໍ່ຍິ່ງເຮັດໃຫ້ຢາກຕິດຕາມ ເພາະທາງການໄທຈະກວດລ້າງປກ້ງຢາເສບຕິດໃຫ້ໝົດສິ້ນໄປເລີຍ. ກົງກັນຂ້າມ ທາງການລາວກັບນັ່ງຫງຽບ ມີແຕ່ສື່ສັງຄົມອອນລາຍນ໌ທີ່ເຟົ້າເກາະຕິດເຄືອຄ່າຍໄຊຊະນະຈາກຝັ່ງໄທດ້ວຍຄວາມກະຕືລືລົ້ນ. ເນື່ອງຈາກໄຊຊະນະ ຫຼື ເຮຍລົບ ເປັນບຸກຄົນທີ່ມີຊື່ສຽງໃນສັງຄົມຊັ້ນສຸງ ເປັນນັກທຸລະກິດລຸ່ນໃໝ່ ມີກິດຈະການໂຮງເລື່ອຍ ແລະການຄ້າຊາຍແດນ. ພາບຈາກ ຄົມຊັດລຶກ, ຄົນຂວາມືຄື ທ້າວ ໄຊຊະນະ ຫຼື ເຮຍລົບ ເຮຍລົບ ແມ່ນໃຜ? ຄຳຕອບຄື ເຊເລບລົດຫຼູ, ນັກເລັງໄກ່ຕີ ແລະນັກພະນັນກິລາບານແຕະ. ໃນສື່ສັງຄົມອອນລາຍນ໌ ຈະມີພາບ ກວ໊ນເຮຍລົບ ໃນສັງຄົມເງົາແສງເພັດ. ກວ໊ນກິນດື່ມທ່ຽວຂອງເຮຍລົບທີ່ຄຸ້ນໜ້າຄຸ້ນຕາຄົນລາວມີຢູ່ 2 ຄົນ: ຄົນທຳອິດຊື່ ເຮຍເຕື້ອງ ເປັນເຈົ້າຂອງຟາມມ້າ ທີ່ລ້ຽງມ້າໂຕລະ 3-4 ລ້ານບາດ ເປັນເຈົ້າຂອງສຳປະທານຫວຍລັດ ແລະມີຮຸ້ນສ່ວນໃນທຸລະກິດຊູບເປີຄາ ທີ່ນະຄອນຫຼວງວຽງຈັນ ແລະໜອງຄາຍ. ຄົນທີສອງຊື່ ເຮຍກູ້ ເປັນນ້ອ...