Kev sib tw xeem tub kawm ntawv tshaj lij qib ມ4 thiab ມ7
ຂປລ. ການສອບເສັງ ນັກຮຽນເກັ່ງ ທົ່ວປະເທດ ຊັ້ນມັດທະຍົມສຶກສາ ປະຈຳສົກຮຽນ 2015-2016 ແມ່ນຈັດຂຶ້ນ ລະຫວ່າງວັນທີ 25-29 ເມສາ ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ, ມີນັກຮຽນເຂົ້າຮ່ວມສອບເສັງ ທັງໝົດ 144 ຄົນ, ຍິງ 45 ຄົນ. ໃນນັ້ນ, ນັກສອບເສັງ ຊັ້ນ ມ4 ມີທັງໝົດ 72 ຄົນ, ຍິງ 26 ຄົນ, ຊັ້ນ ມ7 ມີທັງໝົດ 72 ຄົນ, ຍິງ 19 ຄົນ. ວິຊາສອບເສັງ ມີ 4 ວິຊາ ຄື: ວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ ເຊິ່ງເວລາທີ່ໃຊ້ແຂ່ງຂັນ ໃນແຕ່ລະວິຊາ ແມ່ນ 120 ນາທີ. ນອກນັ້ນ, ຍັງມີກິດຈະກຳ ແຂ່ງຂັນຖາມ-ຕອບ ວິທະຍາສາດ ແລະ ຄວາມຮູ້ຮອບຕົວ ເປັນເວລາ 1 ມື້ ໂດຍມີນັກຮຽນ ມາຈາກໂຮງຮຽນຕ່າງໆ ເຂົ້າຮ່ວມ ພ້ອມຈະນຳພາ ນັກຮຽນໄປ ທັດສະນະສຶກສາ ຕາມສະຖານ ທີ່ທາງປະຫວັດສາດ ແລະ ມູນເຊື້ອວັດທະນະທຳ ນຳອີກ.